• 로그인
  • 회원가입
  • 1:1문의

Saleumxay Gommasit 라오스 부총리가 한국 방문

페이지 정보

작성자KLEA 댓글 0건 조회 624회 작성일 22-09-11 22:58

본문

Lao Youth Radio FM 90.0 Mhz

2022. 09.09


????????????????????????ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສ. ເກົາຫຼີ ຢ່າງເປັນທາງການ 


ເພື່ອເປັນການສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບທີ່ດີ ແລະ ເພີ່ມທະວີການຮ່ວມມືອັນມີໝາກຜົນ ໃນດ້ານຕ່າງໆ ລະຫວ່າງ ສປປ ລາວ ແລະ ສ. ເກົາຫລີ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສ. ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 05 – 08 ກັນຍາ 2022, ຕາມການເຊື້ອເຊີນຂອງ ທ່ານ ປາກ ຈິນ (Park Jin), ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ.


ການພົບປະສອງຝ່າຍ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 6 ກັນຍາ 2022, ທີ່ ກະຊວງການຕ່າງປະເທດ ສ. ເກົາຫລີ, ເຊິ່ງສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບທີ່ດີ ແລະ ທົບທວນຄືນການຮ່ວມມືທີ່ເຕັມໄປດ້ວຍ    ໝາກຜົນ ໃນດ້ານຕ່າງໆ ລະຫວ່າງ ສປປ ລາວ ແລະ ສ. ເກົາຫລີ ຕະຫລອດຊຸມປີຜ່ານມາ ກໍ່ຄືການຮ່ວມມື  ໃນດ້ານການເມືອງ, ການແລກປ່ຽນການຢ້ຽມຢາມ, ວຽກງານການຄ້າ-ການລົງທຶນ, ປ້ອງກັນຊາດ, ການພັດທະນາ ພື້ນຖານໂຄງລ່າງ, ການຊ່ວຍເຫລືອເພື່ອການພັດທະນາ, ການຮ່ວມມືດ້ານກົງສຸນ, ແຮງງານ, ສາທາ ລະນະສຸກ, ການສຶກສາ, ວັດທະນະທຳ, ທ່ອງທ່ຽວ ແລະ ອື່ນໆ.   ສອງຝ່າຍໄດ້ເຫັນດີເປັນເອກະພາບກັນ  ໃນການສືບຕໍ່ສົ່ງເສີມການແລກປ່ຽນການຢ້ຽມຢາມ ລະຫ່ວາງການນຳຂັ້ນສູງຂອງສອງປະ ເທດ, ພ້ອມທັງເພີ່ມທະວີການຮ່ວມມືທາງດ້ານ ການຄ້າ, ສົ່ງເສີມການລົງທຶນ ໂດຍສະເພາະໃນຂົງເຂດພັດທະນາພື້ນຖານໂຄງລ່າງ ຂອງ ສປປ ລາວ. ສປປ ລາວ ຕີລາຄາ ສູງ ຕໍ່ການຊ່ວຍເຫລືອເພື່ອການພັດທະນາໃນດ້ານຕ່າງໆ ຈາກ ສ. ເກົາຫລີ ໂດຍສະເພາະການຊ່ວຍເຫລືອລ້າ (ODA) ແລະ ການຊ່ວຍເຫລືອເງິນກູ້ຢືມຜ່ານກອງທຶນຮ່ວມພັດທະນາດ້ານເສດຖະກິດ (EDCF) ເຊິ່ງໄດ້ປະກອບສ່ວນສຳຄັັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ກໍ່ຄືການຈັດຕັ້ງປະຕິບັດ ໂຄງການ ສຳຄັນຕ່າງໆ ເຊັ່ນ: ໂຄງການປ້ອງກັນຕະຝັ່ງ ແລະ ພັດທະນາແຄມຂອງ ຢູ່ແຂວງຕ່າງໆຂອງລາວ, ໂຄງການກໍ່ສ້າງ ໂຮງໝໍທັນສະໄໝ, ໂຮງໝໍມະຫາວິທະຍາໄລສຸຂະພາບ, ການຊ່ວຍເຫລືອດ້ານການແພດ ເພື່ອຮັບມືກັບພະຍາດໂຄວິດ 19, ການຊ່ວຍເຫລືອໂຄງການເກັບກູ້ລະເບີດບໍ່ທັນແຕກ ແລະ ໂຄງການພັດທະນາໃນຂົງເຂດອື່ນໆ ທີ່ສຳຄັນ.


ສ.ເກົາຫລີ ເຫັນດີສືບຕໍ່ໃຫ້ການຊ່ວຍ ເຫລືອ ສປປ ລາວ ໃນຂົງເຂດບູລີມະສິດຕ່າງໆ ແລະ ຢໍ້າຄືນຄວາມສຳຄັນ ຂອງການຮ່ວມມືລະຫ່ວາງສອງປະເທດ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ. ດ້ານວຽກງານປ້ອງກັນຊາດ ສອງຝ່າຍ ເຫັນດີສົ່ງເສີມການຮ່ວມມື ໂດຍສະເພາະໃນປັດຈຸບັນ ທີ່ສະພາບການພາກພື້ນ ແລະ ສາກົນ ມີການຜັນແປຢ່າງວ່ອງໄວ. ນອກນັ້ນ, ສອງຝ່າຍ ຍັງເຫັນດີສືບຕໍ່ການຮ່ວມມືດ້ານວຽກງານກົງສູນ, ການຝຶກອົບຮົມສີມີແຮງງານ ແລະ ການຮັບເອົາແຮງງານສີມືລາວໄປເຮັດວຽກຢູ່ ສ. ເກົາຫລີ, ການໃຫ້ທຶນການສຶກສາ, ການແລກປ່ຽນດ້ານວັດທະນະທຳ ແລະ ການສົ່ງເສີມການທ່ອງທ່ຽວ ລະຫ່ວາງ ສອງປະເທດ ພາຍຫລັງສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ຜ່ອນຄາຍລົງ ເຊິ່ງປັດຈຸບັນເຫັນວ່າ ຈຳນວນນັກທ່ອງທ່ຽວ ລະຫ່ວາງສອງປະເທດ ໄດ້ເພີ່ມຂຶ້ນ ແລະ ການໄປມາຫາສູ່ ລະຫ່ວາງ ປະຊາຊົນສອງຊາດ ເລີ່ມເຂົ້າສູ່ສະພາບປົກກະຕິ.  


ສອງຝ່າຍ ເຫັນດີເປັນເອກະພາບໃນການສືບຕໍ່ເພີ່ມທະວີການຮ່ວມມືໃນຕໍ່ໜ້າ ໂດຍສະເພາະໃນດາ້ນເສດຖະ ກິດ-ການຄ້າ, ການເຊື່ອມຈອດ, ການພັດທະນາພື້ນຖານໂຄງລ່າງ, ລວມເຖິງການສົ່ງເສີມວຽກງານສຶກສາ, ສາທາ, ວັດທະນະທຳ ແລະ ການທ່ອງທ່ຽວ ເຊິ່ງຈະເປັນການເພີ່ມທະວີຄວາມສາມັກຄີຮັກແພງ ແລະ ຄວາມເຊື່ອໝັ້ນ ລະຫ່ວາງລັດຖະບານ ແລະ ປະຊາຊົນ ສອງຊາດ ລາວ-ສ. ເກົາຫລີ ໃຫ້ນັບມື້ນັບຫລາຍຂຶ້ນ. 


ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

Saleumxay Gommasit 라오스 부총리가 공식적으로 한국을 방문했다.


라오스와 대한민국 간의 좋은 우호 관계를 지속적으로 증진하고 다양한 분야에서 유익한 협력을 증진하기 위해 대한민국 외교부 장관 박진의 초청으로 라오스 부총리 겸 외교부 장관이 대표단과 함께 공식적으로 2022년 9월 5일~08일 사이에 한국을 방문했다.


KakaoTalk_Photo_2022-09-11-22-56-25.jpeg

 

지난 몇 년 동안 정치 협력, 방문 교류, 무역 투자 업무, 국방, 인프라 개발, 개발 원조, 영사 협력, 노동, 보건, 교육, 문화, 관광 등.


양측은 특히 라오스의 기반 시설 개발 분야에서 양국 고위 지도자 간의 방문 교류를 지속적으로 촉진하고 무역 협력을 강화하며 투자를 촉진하기로 합의했다.


라오스는 특히 ODA와 경제개발기금(EDCF)을 통한 차관 등 다양한 분야에서 한국의 개발원조를 높이 평가하고 있다.

 

라오스의 사회 경제적 발전에 크게 기여한다. 즉, 다음과 같은 중요한 프로젝트 : 해안 방어 프로젝트 및 라오스 여러 지방의 메콩강가 개발, 현대 병원 건설 프로젝트, 건강 보건 대학 병원, 코로나19 대응을 위한 의료지원, 불발탄 제거 프로젝트 지원과 기타 중요한 분야의 개발 프로젝트이다. 


한국은 다양한 우선권 분야에서 라오스에 지속적으로 지원을 제공하기로 합의했으며 양자 및 다자에서 양국 간 협력의 중요성을 재확인했다.


국방 측면에서 양측은 특히 지역 및 국제 정세가 급변하는 상황에서 협력을 증진하기로 합의했다.

 

또한 양측은 영사업무 협력, 기능인력 양성, 라오스 기능인력의 한국 취업, 장학금 지원, 문화교류, 양국가간 관광 진흥에도 계속 협력하기로 했다.


코로나19 확산이 진정된 후 양국 간 관광객이 증가하고 양국 국민의 왕래가 정상화되기 시작한 것으로 보인다.


양측은 앞으로도 협력을 지속적으로 확대하기로 합의했다. 특히 교육, 보건, 문화 및 관광 진흥을 포함한 경제 무역 연결성, 인프라 개발 측면이다. 정부와 라오스 국민과 한국 국민의 사랑과 신뢰를 더욱 높여갈 것이다.


뉴스, 사진 : 외교부 정보부

댓글목록

등록된 댓글이 없습니다.